ຫວຽດນາມມີທົວທີ່ໜ້າສົນໃຈ ອາຫານແຊບ ແລະ ກິດຈະກຳມ່ວນຊື່ນຫຼວງຫຼາຍ ຈົນບໍ່ມີວັນໝົດ. ນີ້ແມ່ນແນວຄິດຄັດສັນບາງຢ່າງເພື່ອເລີ່ມຕົ້ນ.
ຖ້າມີຄຸນລັກສະນະໜຶ່ງທີ່ລວມອາຫານຫວຽດນາມເຂົ້າກັນ, ມັນຄືຄວາມສົດໃໝ່. ຍ່າງຜ່ານຕະຫຼາດຫວຽດນາມໃດກໍຕາມ, ທ່ານຈະຕົກຕະລຶງກັບຄວາມອຸດົມສົມບູນຂອງທະເລ ແລະ ຜືນດິນ: ສະໝຸນໄພໃບຂຽວ, ຜັກທີ່ອວບອິ່ມ ແລະ ໂປຣຕີນທີ່ສົດໆໃໝ່ໆ. ຄວາມສົດໃໝ່ແມ່ນຈຸດເລີ່ມຕົ້ນຂອງຄວາມມ່ວນຊື່ນ. ພໍ່ຄົວແມ່ຄົວຫວຽດນາມປຸງແຕ່ງສ່ວນປະສົມທີ່ສວຍງາມດ້ວຍສະໝຸນໄພທີ່ມີກິ່ນຫອມ ແລະ ເນື້ອສຳຜັດທີ່ແຕກຕ່າງກັນເພື່ອຄວາມເພີດເພີນສູງສຸດ. ເວົ້າງ່າຍໆກໍຄື, ມັນແມ່ນໜຶ່ງໃນອາຫານທີ່ດີຕໍ່ສຸຂະພາບ ແລະ ແຊບທີ່ສຸດໃນໂລກ.
ຫວຽດນາມ ເຕັມໄປດ້ວຍຍອດພູທີ່ປົກຄຸມດ້ວຍປ່າໄມ້, ນ້ຳຕົກຕາດທີ່ດັງສະໜັ່ນ, ແລະ ຊາຍຝັ່ງທະເລທີ່ມີລົມພັດເຢັນສະບາຍ, ຈຶ່ງບໍ່ແປກໃຈເລີຍທີ່ປະເທດນີ້ກຳລັງດຶງດູດຜູ້ທີ່ມັກຮັກການເຮັດກິດຈະກຳກາງແຈ້ງຫຼາຍຂຶ້ນເລື້ອຍໆ. ດ້ວຍທາງເລືອກທີ່ມີຢູ່ຫຼາກຫຼາຍ, ທ່ານອາດຈະຕ້ອງການການເດີນທາງຄັ້ງທີສອງ (ຫຼື ຄັ້ງທີສາມ) ເພື່ອຊື່ນຊົມທັງໝົດນີ້. ແລະ ໃນຂະນະທີ່ມີກິດຈະກຳທີ່ຕື່ນເຕັ້ນ ແລະ ທ້າທາຍຫຼາກຫຼາຍ, ຫວຽດນາມ ກໍຍັງມີວິທີການທີ່ຜ່ອນຄາຍກວ່າໃນການເພີດເພີນກັບແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ກວ້າງໃຫຍ່ໄພສານ.
ໃນປະເທດຄືຫວຽດນາມ, ຄຳວ່າ ‘ວັດທະນະທຳ’ ມີຄວາມໝາຍເປັນພັນຢ່າງ. ມັນອາດຈະໝາຍເຖິງປະຕູສີແດງ ແລະ ສີທອງຂອງພະລາຊະວັງເຫວ້, ຫຼື ກາເຟດິບທີ່ໃຊ້ຈອກຕອງອາລູມີນຽມທີ່ເສີບຢູ່ທຸກມຸມຖະໜົນ. ມັນອາດຈະໝາຍເຖິງພາບແຕ້ມສີນ້ຳອັນອ່ອນຊ້ອຍທີ່ແຂວນຢູ່ໃນຫ້ອງສະແດງສິລະປະຮ່ວມສະໄໝ, ຫຼື ສຽງຮ້ອງເພງກະທົບຄໍຂອງບົດກະວີຂັບຮ້ອງ ກາຈູ (Ca Trù). ມັນຍັງສາມາດກວມລວມເອົາຊຸດປັກແສ່ວຂອງຊາວມົ້ງດອກ, ຫຼື ເສັ້ນສາຍອັນປານີດຂອງຊຸດ ອ່າວຢາຍ (áo dài). ອະດີດ ແລະ ປັດຈຸບັນ ທີ່ຄຽງຄູ່ກັນໄປ ແມ່ນສິ່ງທີ່ເຮັດໃຫ້ວັດທະນະທຳຫວຽດນາມມີສະເໜ່ໜ້າຫຼົງໄຫຼຢ່າງຍິ່ງ.
ໃຊ້ເວລາສອງສາມມື້ໃນໃຈກາງຕົວເມືອງຂອງຫວຽດນາມ, ແລ້ວທ່ານຈະເຂົ້າໃຈວ່າເປັນຫຍັງນັກທ່ອງທ່ຽວຈໍານວນຫຼາຍຈຶ່ງຫຼົງໄຫຼໃນພະລັງງານທີ່ມີສະເໜ່ຂອງຫວຽດນາມ. ຕາມທ້ອງຖະໜົນ ທ່ານຈະໄດ້ພົບກັບຕະຫຼາດທີ່ຄຶກຄື້ນ ແລະ ຄາເຟ່ໃນຍຸກໂຄໂລນຽວ, ສູນການຄ້າທີ່ສວຍງາມ, ຮ້ານນັ່ງຫຼິ້ນເທິງດາດຟ້າທີ່ທັນສະໄໝ, ແລະ ຮ້ານບູຕິກທີ່ເປັນລະບຽບຮຽບຮ້ອຍ. ຢ່າງໜ້ອຍໜຶ່ງຄັ້ງໃນລະຫວ່າງການພັກເຊົາຂອງທ່ານ, ຈົ່ງເຮັດຄືກັບຄົນທ້ອງຖິ່ນ ແລະ ເພີດເພີນໄປກັບການກິນປິ້ງຍ່າງ ແລະ ເບຍຢູ່ແຄມທາງໃນຕອນແລງ, ຫຼື ນັ່ງລົມກັນດື່ມຊາພາຍໃຕ້ຮົ່ມໄມ້ໃນສວນສາທາລະນະຂອງເມືອງ.
ຫວຽດນາມ ເປັນປະເທດທີ່ມີແນວຊາຍຝັ່ງທະເລທີ່ຍາວຢຽດ ແລະ ໂຄ້ງເວົ້າ. ນອກຊາຍຝັ່ງມີເກາະນ້ອຍທີ່ສວຍງາມຫຼາຍສິບເກາະທີ່ກະຈັດກະຈາຍຢູ່, ເຕັມໄປດ້ວຍສິ່ງມີຊີວິດໃນທະເລ ແລະ ຊາຍຝັ່ງທີ່ບໍລິສຸດງົດງາມ. ເມືອງແຄມທະເລຂອງຫວຽດນາມ ເຕັມໄປດ້ວຍກິດຈະກຳ ແລະ ການຜະຈົນໄພທາງນໍ້າ, ໃນຂະນະທີ່ໝູ່ບ້ານຊາວປະມົງຍັງຄົງຮັກສາສະເໜ່ແຄມທະເລທີ່ລຽບງ່າຍເອົາໄວ້. ບໍ່ວ່າທ່ານຈະເລືອກໄປໃສ, ໝາກພ້າວເຢັນໆ, ເຮືອກະບຸງ, ແລະ ອາຫານທະເລຍາມຄໍ່າ ແມ່ນມີໄວ້ຄອຍບໍລິການທ່ານຢ່າງແນ່ນອນ.