Vietnam Tourism

  • ຄອບຄົວ

ຫວຽດນາມເປັນປະເທດທີ່ບໍ່ມີວັນລືມສຳລັບການທ່ອງທ່ຽວແບບຄອບຄົວ. ສະຖານທີ່ທ່ອງທ່ຽວທີ່ໜ້າອັດສະຈັນ ແລະ ກິດຈະກຳທີ່ໜ້າສົນໃຈທີ່ຫຼາກຫຼາຍ ຈະເຮັດໃຫ້ຄວາມຊົງຈຳທີ່ນີ້ຄົງຢູ່ຕະຫຼອດໄປ. ສຳລັບການພັກຜ່ອນຢ່ອນໃຈ, ໃຫ້ເດີນທາງໄປຍັງສະຖານທີ່ແຄມທະເລ ເຊັ່ນ: ດານັງ ແລະ ຟູກວກ, ບ່ອນທີ່ທ່ານສາມາດນອນຫຼິ້ນເທິງຊາຍຫາດ, ກິນອາຫານຢູ່ຕະຫຼາດອາຫານທະເລ ແລະ ນັ່ງເຮືອຊົມຕາເວັນຕົກດິນ. ສຳລັບຊ່ວງເວລາທີ່ຕື່ນເຕັ້ນກວ່ານັ້ນ, ສວນສາທາລະນະ ແລະ ຖະໜົນຫົນທາງໃນຮ່າໂນ້ຍ ຈະເຮັດໃຫ້ເດັກນ້ອຍໄດ້ເຫັນພາບຊີວິດການເປັນຢູ່ຂອງຄົນທ້ອງຖິ່ນໃນຫວຽດນາມໃນມຸມມອງພິເສດ. ການຍ່າງຫຼິ້ນຕາມຖະໜົນທີ່ປະດັບດ້ວຍໂຄມໄຟໃນຮອຍອັນ, ການຂີ່ເຮືອໃນອ່າວຮາລອງ ທີ່ສວຍງາມ ແລະ ການຂີ່ລົດຖີບຕາມຮ່ອມພູທີ່ຂຽວອຸ່ມທຸ່ມຂອງມາຍເຈົາ ແມ່ນພຽງແຕ່ກິດຈະກຳທີ່ດີເດັ່ນບາງສ່ວນທີ່ຄອບຄົວສາມາດມີປະສົບການຮ່ວມກັນໄດ້. ກັງວົນກ່ຽວກັບການເດີນທາງບໍ? ຖ້ຽວບິນລາຄາປະຢັດ, ທົວສ່ວນຕົວ ແລະ ລີສອດລະດັບຫຮູຫລາ ມີໃຫ້ບໍລິການທົ່ວປະເທດ ເຮັດໃຫ້ການວາງແຜນວັນພັກຜ່ອນທີ່ສະດວກສະບາຍເປັນເລື່ອງງ່າຍ.

ຄອບຄົວ

ມີຫຍັງແດ່

ກວດເບິ່ງເຫດການທີ່ຈະມາເຖິງໃນຫວຽດນາມ

Loading...